ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນ

ບໍລິສັດ ສະຫຍາມຄູໂບຕ້າ ຄໍປໍເຣຊັ່ນ ຈຳກັດ

ບໍລິສັດ ສະຫຍາມຄູໂບຕ້າ ຄໍປໍເຣຊັ່ນ ຈຳກັດ (ເອີ້ນວ່າ “ບໍລິສັດຫຼື ເຮົາ“) ຈະເກັບລວບລວມໃຊ້ແລະເປີດເຜີຍ (ເອີ້ນລວມກັນວ່າ “ປະມວນຜົນ”) ຂໍ້ມູນສ່ວນບຸກຄົນຂອງຜູ້ແຈ້ງຂໍ້ຮ້ອງຮຽນ ຕະຫຼອດຈົນບຸກຄົນອື່ນໆ ທີ່ໃຫ້ຂໍ້ມູນທັງທາງເອກະສານຫຼືທາງອິເລັກໂທນິກຫຼືລົງທະບຽນໃນການແຈ້ງເຫດທຸດຈະຫຼິດ ຫຼືການກະທຳທີ່ຂັດຕໍ່ຈັນຍາບັນຂອງບໍລິສັດໃນເວັບໄຊຕ໌ຫຼືແອັບພິເຄຊັ່ນເຊິ່ງຈັດການໂດຍບໍລິສັດໃນເຄືອ (ເອີ້ນລວມກັນວ່າ “ຜູ້ແຈ້ງຂໍ້ຮ້ອງຮຽນຫຼື ທ່ານ“)

ຂໍ້ມູນສ່ວນບຸກຄົນທີເຮົາປະມວນຜົນ ໝາຍເຖິງ ຂໍ້ມູນທີ່ສາມາດລະບຸຕົວບຸກຄົນຫຼືເຊື່ອມໂຍງໄປຍັງບຸກຄົນທັງທາງກົງແລະທາງອ້ອມ ເຊັ່ນ ຊື່ ນາມສະກຸນ ທີ່ຢູ່ ອີເມວ ໝາຍເລກໂທລະສັບແລະໝາຍເລກໂທລະສານ ແລະຂໍ້ມູນຕິດຕໍ່ອື່ນໆ ວິທີການຕິດຕໍ່ສື່ສານຂໍ້ມູນທາງເທັກນິກ ເຊັ່ນ ທີ່ຢູ່ໄອພີ ຄຸກກີ້ ສະຖານທີ່ແລະອຸປະກອນສື່ສານເຄື່ອນທີ່ ທີ່ທ່ານໃຊ້ເປັນຕົ້ນ

ວັດຖຸປະສົງໃນການປະມວນຜົນຂໍ້ມູນສ່ວນບຸກຄົນ ບໍລິສັດເກັບລວບລວມຂໍ້ມູນສ່ວນບຸກຄົນຂອງທ່ານເພື່ອຢືນຢັນຄວາມຖືກຕ້ອງຂອງຂໍ້ມູນໃດໆ ຂອງທ່ານ ເພື່ອຕິດຕໍ່ສອບຖາມຂໍ້ມູນຂໍ້ຮ້ອງຮຽນເພິ່ມເຕິມ ຫຼືເພື່ອໃຊ້ປະເມິນຄວາມມີຢູ່ ແລະນ້ຳໜັກໃນການໃຫ້ຂໍ້ມູນຂອງຜູ້ແຈ້ງ ເພື່ອໃຊ້ແຈ້ງສະຖານະການດຳເນິນການ ແລະໃນກໍລະນີຜູ້ແຈ້ງລືມລະຫັດຜ່ານໃນການກວດສອບສະຖານະ ເພື່ອຮັກສາຄວາມປອດໄພ ເພື່ອເປັນການປະຕິບັດຕາມນະໂຍບາຍຂອງບໍລິສັດ ຂໍ້ກຳນົດທາງກົດໝາຍ ຕະຫຼອດຈົນກົດ ລະບຽບ ປະກາດ ຫຼືຄຳສັ່ງໃດໆ ທີ່ກ່ຽວຂ້ອງເປັນຕົ້ນ

ການເປີດເຜີຍຂໍ້ມູນສ່ວນບຸກຄົນ ບໍລິສັດອາດເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານຕໍ່ບຸກຄົນພາຍນອກສະເພາະຜູ້ທີ່ກ່ຽວຂ້ອງ ເຊິ່ງລວມເຖິງບໍລິສັດຕ່າງໆພາຍໃນບໍລິສັດໃນເຄືອ ບໍ່ວ່າຈະຢູ່ທີ່ປະເທດໃດທົ່ວໂລກ ຫຼື ການດຳເນິນການອື່ນໃດທີ່ກ່ຽວຂ້ອງ ເພື່ອການປະມວນຜົນຕາມວັດຖຸປະສົງດັ່ງທີ່ລະບຸຂ້າງຕັ້ນ ທັງນີ້ ບຸກຄົນພາຍນອກຫຼືນິຕິບຸກຄົນທີ່ກ່າວມາຂ້າງຕົ້ນເຊິ່ງຢູ່ໃນຕ່າງປະເທດ ຕ້ອງມີມາດຕະຖານດ້ານການຄຸ້ມຄອງຂໍ້ມູນສ່ວນບຸກຄົນທີ່ພຽງພໍແລະ/ຫຼືໄດ້ມາດຕະຖານທຽບເທົ່າກັບກົດໝາຍວ່າດ້ວຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນຂອງປະເທດໄທ

ໄລຍະເວລາໃນການເກັບຮັກສາຂໍ້ມູນສ່ວນບຸກຄົນ ບໍລິສັດຈະປະມວນຜົນ ແລະເກັບຮັກສາຂໍ້ມູນສ່ວນບຸກຄົນຂອງທ່ານຕະຫຼອດໄລຍະເວລາທີ່ມີການດຳເນິນການຕາມຂໍ້ຮ້ອງຮຽນຂອງທ່ານ ແລະຈະເກັບຮັກສາຕໍ່ໄປອີກເປັນເວລາ 10 ປີ ນັບແຕ່ວັນທີທີ່ສິ້ນສຸດຄວາມສຳພັນຫຼືອາດດົນກວ່ານັ້ນຫາກກົດໝາຍອະນຸຍາດ

ສິດທິດຂອງທ່ານຕາມກົດໝາຍວ່າດ້ວຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນ ທ່ານມີສິດ (1) ຖອນຄວາມຍິນຍອມ (2) ຂໍໃຫ້ບໍລິສັດດຳເນິນການລົບ ທຳລາຍ ຫຼືເຮັດໃຫ້ບໍ່ສາມາດລະບຸຕົວບຸກຄົນໄດ້ເຊິ່ງຂໍ້ມູນສ່ວນບຸກຄົນຂອງທ່ານ (3) ຂໍໃຫ້ບໍລິສັດໂອນຂໍ້ມູນສ່ວນບຸກຄົນຂອງທ່ານໃນຮູບແບບທີ່ສາມາດອ່ານຫຼືໃຊ້ວຽກໄດ້ທົ່ວໄປດ້ວຍເຄື່ອງມືຫຼືອຸປະກອນທີ່ເຮັດວຽກໂດຍອັດຕະໂນມັດໄປຍັງຜູ້ຄວບຄຸມຂໍ້ມູນສ່ວນບຸກຄົນ (4) ຄັດຄ້ານການເກັບລວບລວມ ໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານ ຫຼືຂໍໃຫ້ບໍລິສັດລະງັບການໃຊ້ຂໍ້ມູນກສ່ວນບຸກຄົນນັ້ນ (5) ຂໍເຂົ້າເຖິງ ແລະຂໍຮັບສຳເນົາຂໍ້ມູນສ່ວນບຸກຄົນຂອງທ່ານ (6) ຂໍໃຫ້ບໍລິສັດດຳເນິນການໃຫ້ຂໍ້ມູນສ່ວນບຸກຄົນຂອງທ່ານຖືກຕ້ອງ ສົມບູນ ແລະເປັນປະຈຸບັນ (7) ຮ້ອງຮຽນຕໍ່ເຈົ້າໜ້າທີ່ ຫຼືໜ່ວຍງານທີ່ກຳກັບເບິ່ງແຍງຄຸ້ມຄອງຂໍ້ມູນສ່ວນບຸກຄົນ ທັງນີ້ຕາມຂອບເຂດທີ່ກົດໝາຍກຳນົດເທົ່ານັ້ນ ໃນກໍລະນີທີ່ບໍລິສັດໄດ້ດຳເນິນການຕາມຄຳຂໍຂອງທ່ານແລ້ວ ບໍລິສັດອາດບໍ່ສາມາດຈັດການບາງລາຍການເຊັ່ນ ແນະນຳສິນຄ້າຫຼືບໍລິການທີ່ທ່ານຂໍຮັບໃຫ້ແກ່ທ່ານໄດ້ອີກຕໍ່ໄປເປັນຕົ້ນ

ຂໍ້ມູນຜູ້ເຍົາໄວ ໃນກໍລະນີທີ່ທ່ານເປັນຜູ້ເຍົາໄວ (ບຸກຄົນທີ່ມີອາຍຸຕ່ຳກວ່າ 20 ປີບໍລິບູນ) ບໍລິສັດຈະປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານຕາມລາຍລະອຽດທີ່ລະບຸໄວ້ໃນນະໂຍບາຍສະບັບນີ້ ເຊິ່ງການປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານເປັນໄປເພື່ອປະໂຫຍດໂດຍຊອບດ້ວຍກົດໝາຍຂອງເຮົາໃນການແຈ້ງສະຖານະການດຳເນິນການແລະຕິດຕໍ່ສອບຖາມຂໍ້ມູນຂໍ້ຮ້ອງຮຽນເພິ່ມເຕິມກັບທ່ານເທົ່ານັ້ນ

ຕິດຕໍ່ເຮົາ ຫາກທ່ານມີຂໍ້ສົງໄສໃດກ່ຽວກັບນະໂຍບາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນນີ້ ຫຼືປະສົງທີ່ຈະໃຊ້ສິດກ່ຽວກັບການປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານ ທ່ານສາມາດຕິດຕໍ່ສອບຖາມໄດ້ທີ່ E-mail: [email protected] ຫຼື KUBOTA Connect: 02-0291747